LSAJ's ActiveBoard
Members Login
Username
Password
Login
Remember Me
New Member
Lost Account Info?
Home
List All Users
Search
Search
Advanced Search
User Details
Calendar
LSAJ's ActiveBoard
->
Tips for higher technical college students
->
ປີທຳອິດຂອງການຮຽນພາສາຢູ່ໂຕກຽວ
Start A New Topic
Reply
Post Info
TOPIC: ປີທຳອິດຂອງການຮຽນພາສາຢູ່ໂຕກຽວ
lsaj2009
Newbie
Status: Offline
Posts: 3
Date:
5:10 AM, 12/22/08
ປີທຳອິດຂອງການຮຽນພາສາຢູ່ໂຕກຽວ
Permalink
ກ່ອນອື່ນໝົດ
ຂ້ອຍເລືອກເສັງມາໂຮງຮຽນຊັ້ນສູງໃນວິຊາເຄມີເພາະວ່າຂ້ອຍຮຽນວິຊານີ້ໄດ້ດີກ່ວາວິຊາຟີຊິກ(ຕອນເສັງຈົບມ.6,ວິຊາເຄມີແມ່ນວິຊາເລືອກ).ແຕ່ໃນຄວາມຈິງແລ້ວຂ້ອຍຢາກຮຽນໃນພາກວິຊາເສດຖະສາດຫຼາຍກ່ວາແລະຖ້າຂ້ອຍເສັງບໍ່ຜ່ານຂ້ອຍກໍ່ຄິດວ່າຈະເລືອກຮຽນເສດຖະສາດຢູ່ລາວ.ດັ່ງນັ້ນຕອນເສັງທຽບເຂົ້າມະຫາວິທະຍາໄລປີທີ3,ຂ້ອຍຈຶ່ງເລືອກເສັງເຂົ້າຮຽນຢູ່ພາກວິຊາເສດຖະສາດປ່ຽນວິຊາຮຽນຈາກເຄມີເປັນເສດຖະສາດ.
ຂ້ອຍຈະເວົ້າກ່ຽວກັບການຮ່ຳຮຽນແລະການດໍາລົງຊີວິດຕອນທີ່ຮຽນພາສາຢູ່ໂຕກຽວ.ຂ້ອຍຫັວງວ່າບົດຄວາມນີ້ຈະເປັນປະໂຫຍດບໍ່ຫຼາຍກໍ່ໜ້ອຍຕໍ່ຜູ້ຈະມາຮຽນຢູ່ໂຮງຮຽນຊັ້ນສູງ(ໂຄເຊັນ),ຕໍ່ຜູ້ທີ່ຄິດແລະກະກຽມທີ່ຈະມາຮຽນຢູ່ປະເທດຍີ່ປຸ່ນ.
1.ການໃຊ້ຊີວິດຢູ່ໃນຫໍພັກນັກຮຽນຕ່າງຊາດໂຄະມະບະ
ຕັ້ງແຕ່ມື້ມາຮອດທຳອິດກໍ່ບໍ່ຄ່ອຍໄດ້ພັກຜ່ອນ,ເພາະວ່າຕ້ອງຟ້າວໄປເຮັດໜັງສືຢູ່ຫ້ອງການແຂວງ.ນອກຈາກນີ້ກໍ່ຕ້ອງໄປໂຮງຮຽນພາສາ,ເມື່ອເຮັດບັດນັກສຶກສາແລ້ວກໍ່ໄປເຮັດບັດຂຶ້ນລົດໄຟປະຈຳເດືອນ.ແຕ່ລະຂັ້ນຕອນຈະມີລຸ້ນອ້າຍທີ່ຖ້າຕ້ອນຮັບຕິດຕາມໄປຊ່ວຍແນະນຳແລະແປພາສາໃຫ້.ລວມທັງການເຮັດງານຕ້ອນຮັບລຸ້ນນ້ອງໃນຕອນກາງຄືນ.ລຸ້ນອ້າຍທີ່ຖ້າຮັບນັ້ນຈະຢູ່ນຳບໍ່ໄດ້ດົນ,ເພາະວ່າບໍ່ພໍເທົ່າໃດມື້ໂຮງຮຽນຂອງແຕ່ລະຄົນກໍ່ຈະເລີ່ມເປີດເທີມ.ໃນຊ່ວງນີ້ຕ້ອງຈື່ຈຳຫຼາຍໆຢ່າງໂດຍສະເພາະການປ່ຽນລົດໄຟ,ທາງໄປໂຮງຮຽນ,ທາງໄປຊື້ຂອງກິນແລະອື່ນໆ.
ເຄື່ອງໃຊ້,ອຸປະກອນໃນການແຕ່ງກິນຈຳນວນໜື່ງແມ່ນລຸ້ນອ້າຍຈະປະໄວ້ໃຫ້ລຸ້ນນ້ອງທີ່ມາໃໝ່.ຖ້າບໍ່ພໍໃຊ້(ໂດຍສະເພາະຖ້ວຍ,ບ່ວງ,ຈອກ)ກໍ່ໃຫ້ລຸ້ນອ້າຍພາໄປຊື້ຢູ່ຮ້ານ100YENໄດ້.
ຫໍພັກແຕ່ລະຕຶກຈະມີTutorທີ່ເປັນນັກສຶກສາມະຫາວິທະຍາໄລຄົນຍີ່ປຸ່ນອາໃສຢູ່ນຳເພື່ອເປັນຜູ້ປຶກສາກ່ຽວກັບການໃຊ້ຊີວິດຢູ່ໃນຫໍພັກ,ປຶກສາກ່ຽວກັບການຮຽນພາສາຍີ່ປຸ່ນແລະລວມໄປເຖິງການພາໄປໂຮງໝໍໃນເວລາເຈັບເປັນ.
ການໃຊ້ຊີວິດຢູ່ໃນຫໍພັກນັກຮຽນຕ່າງຊາດໂຄະມະບະຈະບໍ່ຮູ້ສຶກເຫົງາ.ນອກຈາກນັກສຶກສາລາວແລ້ວກໍ່ຍັງມີນັກສຶກສາຈາກປະເທດອື່ນໆອີກເຊັ່ນ:ຫວຽດນາມ,ກຳປູເຈຍ,ໄທ,ອິນໂດເນເຊຍ,ສີລັງກາ,ອີຫຼ່ານ,ມົງໂກນເປັນຕົ້ນ.ເມື່ອເລີ່ມເຂົ້າເດືອນ5,ມະຫາວິທະຍາໄລທີ່ປະກາດຮັບສະໝັກໄວກໍ່ຈະເລີ່ມປະກາດຮັບສະໝັກໃຫ້ນັກສຶກສາເສັງທຽບເຂົ້າປີທີ3.ລຸ້ນອ້າຍປີສຸດທ້າຍຂອງໂຄເຊັນສວ່ນຫຼາຍຈະເລືອກເສັງເຂົ້າໂຮງຮຽນແຖບໂຕກຽວ,ຍ້ອນແນວນັ້ນໃນຊ່ວງນີ້ຈະມີລຸ້ນອ້າຍເຂົ້າມາແວະຫໍພັກໂຄະມະບະຫຼາຍ.ນອກຈາກນັ້ນໃນຊ່ວງປິດເທີມ,ປີໃໝ່,ກ່ອນຈະກັບລາວຫຼືກັບມາຈາກລາວຈະມີລຸ້ນອ້າຍເຂົ້າມາຫຼາຍ.
➀ການຊື້ເຄື່ອງໃຊ້ໄຟຟ້າຕ່າງໆ
ໃນຕອນທຳອິດຖ້າບໍ່ຮູ້ວິທີຊື້ຫຼືບໍ່ເຂົ້າໃຈພາສາຍີ່ປຸ່ນ,ຄວນໃຫ້ລຸ້ນອ້າຍພາໄປຊື້.ຖ້າຊື້ຢູ່ຕາມຮ້ານໃຫ່ຍແລ້ວຈະມີຫຼາຍຂັ້ນຕອນທີ່ສັບສົນໂດຍສະເພາະແມ່ນການຊື້ໂທລະສັບມືຖື.
ເຄື່ອງໃຊ້ໄຟຟ້າຂອງຍີ່ປຸ່ນຈະອອກມາໃໝ່ຕະຫຼອດແລະກໍ່ຖືກລົງເລື້ອຍໆ,ບໍ່ວ່າຈະເປັນComputer,ກ້ອງDigital,Electronic dictionary.ການເລືອກຊື້ຄວນໄປເບີ່ງແລະທຽບລາຄາຫຼາຍໆຮ້ານ.ບາງຄົນກໍ່ເລືອກຊື້ນຳInternet,ເພາະວ່າລາຄາຖືກກ່ວາການຊື້ຢູ່ຮ້ານ.ແຕ່ວ່າການບໍລິການຫຼັງການຊື້ແມ່ນບໍ່ຄ່ອຍດີແລະຊັກຊ້າ.ຖ້າຈະຊື້ຢູ່ຮ້ານຄວນເລືອກຊື້ຢູ່ຮ້ານSAKURAYAຫຼືຮ້ານYODOBASHI CAMERAເປັນຕົ້ນ.ຖ້າເປັນComputerຄວນເລືອກຊື້ຢູ່AKIHABARA,ເພາະວ່າເປັນສູນຮວມເຄື່ອງໃຊ້ໄຟຟ້າຫຼາກຫຼາຍຊະນິດທີ່ມີລາຄາຖືກ.ຄວນຖາມລຸ້ນອ້າຍຜູ້ທີ່ຊຳນານເລື່ອງນັ້ນໆ ກ່ອນຕັດສິນໃຈຊື້.
➁ການຫຼີ້ນກິລາ
ຢູ່MP-hallຂອງຫໍນີ້ຈະມີບ່ອນຫຼິ້ນຕີປິງປັອງ,ຕີດອກປີກໄກ່ແລະPianoໄວ້ໃຫ້ຫຼີ້ນ.ຢູ່ລະຫ່ວາງຕຶກBແລະຕຶກCຈະມີຕຶກທີ່ມີStudy-hall,ຫ້ອງFitnessແລະຫ້ອງຫຼີ້ນດົນຕີ.ສ່ວນເຕະບານແລ້ວຈະໄປເຕະຢູ່ສະໜາມຊ້ອມ(ນ້ອຍ)ຂອງມະຫາວິທະຍາໄລໂຕກຽວທີ່ຢູ່ໃກ້ຫໍພັກ.
➂ການໄປຫຼິ້ນກັບພໍ່ຮັກໃນວັນພັກ
ສະຖານທີ່ທີ່ພໍ່ຮັກຈະພາໄປສ່ວນໃຫ່ຍແລ້ວຈະເປັນສວນສະໜຸກ,ສວນສັດນ້ຳ,ສະຖານທີ່ທີ່ມີຊື່ສຽງຂອງໂຕກຽວແລະບາງເທື່ອກໍ່ພາໄປຝຶກລອຍນ້ຳເພື່ອກຽມໄວ້ໃນຕອນປິດເທີມລະດູຮ້ອນຈະມີການໄປຫຼິ້ນທະເລ.ພໍ່ຮັກຄົນຍີ່ປຸ່ນ(ທ່ານ ທະກະຊິໂລ ອະກິຢະມະ) ຈະmailມາຫາເພື່ອຖາມວ່າຈະມີໃຜໄປນຳຫຼືບໍ່.ການຕອບmailແມ່ນມາລະຍາດໜຶ່ງທີ່ບໍ່ຄວນລະເລີຍ.ຖ້າໄປບໍ່ໄດ້ຫຼືບໍ່ມີເວລາກໍ່ຕອບໄປໂດຍກົງ.ແຕ່ເມື່ອຕອບໄປວ່າຈະໄປແລ້ວກໍ່ຄວນຮັກສາຄຳເວົ້າແລະກໍ່ບໍ່ຄວນໄປຊ້າຕໍ່ເວລານັດໝາຍ.
➃ງານOpen-house
ງານນີ້ເປັນງານສຳລັບນັກສຶກສາທີ່ອາໃສຢູ່ຫໍພັກໂຄະມະບະນີ້ໂດຍສະເພາະ.ນັກສຶກສາແຕ່ລະປະເທດຈະເຮັດອາຫານຂອງປະເທດຕົນເອງຂາຍ.ສຳລັບນັກສຶກສາລາວແລ້ວຈະເຮັດລາບ,ເຂົ້າປຸ້ນຂາຍເປັນຕົ້ນ.ນອກຈາກນັ້ນກໍ່ມີການວາງສະແດງເຄື່ອງຂອງທີ່ກ່ຽວກັບວັດທະນະທຳແລະອະທິບາຍໃຫ້ຜູ້ຄົນທີ່ມາເຂົ້າຊົມ.ຜູ້ເຂົ້າຊົມສ່ວນຫຼາຍຈະເປັນອາຈານຢູ່ທີ່ໂຮງຮຽນ,ພໍ່ຮັກ-ແມ່ຮັກແລະປະຊາຊົນທີ່ອາໃສຢູ່ອ້ອມຂ້າງຫໍພັກ.ງານນີ້ຈະມີລຸ້ນອ້າຍເຂົ້າມາຊ່ວຍນຳ.ສຸດທ້າຍກໍ່ຈະມີການສະແດງກ່ຽວກັບວັດທະນະທຳ(ຟ້ອນ,ຮ້ອງເພງ)ຫຼືຈະເປັນການShowກ່ຽວກັບFasionຕ່າງໆ.
2.ການໃຊ້ເວລາໃນຊ່ວງປິດເທີມລະດູຮ້ອນ
ກ່ອນຈະປິດເທີມກາງເດືອນ7,ຢູ່ຕາມໂຮງຮຽນຮຽນພາສາຫຼືຫໍພັກຈະມີປະກາດຮັບສະໝັກໄປHomestayຢູ່ຕາມແຂວງຕ່າງໆ.ຜູ້ທີ່ຈະໄປຮຽນຢູ່ພາກໄຕ້ຄວນເລືອກໄປHomestayຢູ່ພາກເໜືອແລະກົງກັນຂ້າມ.ເພາະວ່າການຈະໄປແຂວງອື່ນໆຂອງຍີ່ປຸ່ນແມ່ນບໍ່ຄ່ອຍມີໂອກາດ.ຄວນໃຊ້ເວລາໃນຊ່ວງປິດເທີມນີ້ກັບການໄປພັກຢູ່ເຮືອນຄົນຍີ່ປຸ່ນແລະຮຽນຮູ້ກ່ຽວກັບວັດທະນະທຳຂອງຍີ່ປຸ່ນ.
➀ການໄປHomestay(ການໄປພັກຢູ່ເຮືອນຂອງຄົນຍີ່ປຸ່ນ)
ຢູ່Homestayເຮົາຈະໄດ້ສຳຜັດກັບວັດທະນະທຳຂອງຄົນຍີ່ປຸ່ນໄດ້ເປັນຢ່າງດີ.ໃນຊ່ວງລະດູຮ້ອນຈະເປັນລະດູໜື່ງທີ່ມີກິດຈະກຳ,ງານບຸນແລະງານດອກໄມ້ໄຟຕາມພາກຕ່າງໆ.ຢູ່Homestayນີ້ນອກຈາກເຮົາຈະໄດ້ຮຽນຮູ້ກ່ຽວກັບວັດທະນະທຳຂອງຍີ່ປຸ່ນແລ້ວເຮົາຍັງຈະໄດ້ອະທິບາຍກ່ຽວກັບວັດທະນະທຳ,ວິຖີການດຳລົງຊີວິດຂອງຄົນລາວໃຫ້ຄົນຍີ່ປຸ່ນ(ພໍ່ຮັກ,ແມ່ຮັກ)ໄປນຳແລະຈະເຮັດໃຫ້ເຮົາຝຶກເວົ້າພາສາຍີ່ປຸ່ນໄປນຳອີກ.
ບາງຄົນກໍ່ອາດຈະຮູ້ສຶກນ້ອຍໃຈໃນຕອນທີ່ຢູ່Homestay,ເພາະວ່າຄົນຍີ່ປຸ່ນສ່ວນໃຫ່ຍຈະບໍ່ຮູ້ຈັກປະເທດລາວ.ທັ້ງໆທີ່ຮູ້ຈັກປະເທດໄທ,ພະມ້າ,ຈີນ,ຫວຽດນາມແລະກຳປູເຈຍແຕ່ບໍ່ຮູ້ຈັກປະເທດລາວ.ປະສົບການນີ້ລຸ້ນອ້າຍຫຼາຍຄົນກໍ່ເຄີຍປະສົບມາແລະກໍ່ບໍ່ໃຫ້ຄິດນ້ອຍໃຈ.ຄວນພູມໃຈແລະເຕັມໃຈອະທິບາຍກ່ຽວກັບປະເທດລາວໃຫ້ກັບຄົນຍີ່ປຸ່ນ.ຖ້າຖືຂອງທີ່ລະລຶກມາຈາກລາວຄວນຖືໄປHomestayແລະມອບໃຫ້ກັບຄອບຄົວທີຕົນໄປພັກນຳ.
➁ການໄປຫຼີ້ນທະເລ(ການໄປCamp)
ແຕ່ລະປີຈະມີການໄປຫຼີ້ນທະເລຂອງນັກສຶກສາລາວໂດຍມີພໍ່ຮັກຄົນຍີ່ປຸນ(ທ່ານ ທະກະຊິໂລ ອະກິຢະມະ)ເປັນຜູ້ນຳພາໄປ.ໂດຍສ່ວນໃຫ່ຍແລ້ວຈະເຊົ່າເຮືອນ2ຫຼັງ,ພັກ3ມື້2ຄືນແລະຊື້ຂອງກິນຕ່າງໆໄປຈາກໂຕກຽວ.ຕອນສວຍຈະໄປຫຼີ້ນທະເລແລະຕອນແລງຈະກັບມາແຕ່ງກິນຢູ່ເຮືອນພັກ.ຄືນສຸດທ້າຍຈະມີການເຮັດBarbecueແລະຫຼີ້ນດອກໄມ້ໄຟ.
※ຂໍ້ຄວນລະວັງ: ແຕ່ລະປີມັກຈະມີບັນຫາເລື່ອງການໄປHomestayຕຳກັບການໄປCamp.ຄວນກວດສອບແລະວາງແຜນໃຫ້ລະອຽດ.
3.ການຮຽນຢູ່ໂຮງຮຽນພາສາຍີ່ປຸ່ນ
ໃນຊ່ວງພາກຮຽນ1ຈະຮຽນພຽງແຕ່ພາສາຍີ່ປຸ່ນ(ຂຽນ,ອ່ານ,ຄຳສັບ)ເທົ່ານັ້ນ.ເມື່ອເຂົ້າພາກຮຽນ2ກໍ່ຈະມີການຮຽນກ່ຽວກັບPresentationແລະວິຊາອື່ນໄປນຳເຊັ່ນ:ວິຊາຟີຊິກ,ເຄມີແລະເລກ.ຖ້າເຮົາຮຽນແລະຈື່ຈຳຄຳສັບສະເພາະໄດ້ດີກໍ່ຈະເຮັດໃຫ້ເຮົາບໍ່ລຳບາກຕອນໄປຮຽນຢູ່ໂຄເຊັນ.ນອກຈາກນີ້ກໍ່ຍັງມີຮຽນພາສາອັງກິດນຳອີກ.
➀ການສອບເສັງກ່ອນປິດເທີມລະດູຮ້ອນ
ການສອບເສັງຄັ້ງນີ້ແມ່ນສອບເສັງເພື່ອແບ່ງຫ້ອງຮຽນຕາມລະດັບພາສາຍີ່ປຸ່ນຂອງນັກສຶກສາ.ແນ່ນອນແລ້ວການຕັ້ງໃຈຮຽນແລະເສັງເພື່ອໃຫ້ໄດ້ເຂົ້າຫ້ອງ1ແມ່ນສິ່ງທີ່ທຸກຄົນຕ້ອງຄຳນຶງເຖິງ.ການເສັງຂຽນ,ອ່ານແລະໄວຍະກອນແລ້ວຄະແນນຂອງແຕ່ລະຄົນອາດຈະບໍ່ຕ່າງກັນຫຼາຍ,ສິ່ງທີ່ສຳຄັນແມ່ນມື້ສຸດທ້າຍຂອງການເສັງຈະມີການເສັງສຳພາດ.ການເສັງສຳພາດແມ່ນສຳຄັນທີ່ສຸດເພາະວ່ານັກສຶກສາແຕ່ລະຄົນທີາຮຽນພາສາຍີ່ປຸ່ນມາຈະນຳເອົາຄວາມຮູ້ນັ້ນມາໃຊ້ໄດ້ຫຼາຍປານໃດແມ່ນຈະສະແດງອອກໃນຕອນນີ້.ຄວນເວົ້າໃຫ້ຫຼາຍແລະບໍ່ຄວນໃຫ້ເປັນແບບຖາມຄຳໜຶ່ງຕອບຄຳໜຶ່ງ.
ການທີ່ຈະເວົ້າໃຫ້ໄດ້ດີນັ້ນຄວນມີການຝຶກຝົນ.ວິທີທີ່ດີສຸດແມ່ນການເຂົ້າຮ່ວມການເວົ້າລົມກັບຄົນຍີ່ປຸ່ນຢູ່MP-hallຈັດຂຶ້ນໂດຍອາສາສະໝັກຜູ້ທີ່ເຄີຍສອນພາສາຍີ່ປຸ່ນ.ຖ້າມີເວລາຄວນຫາເວລາເຂົ້າຮ່ວມໃຫ້ໄດ້.ນອກຈາກການຮຽນຢູ່ໂຮງຮຽນແລ້ວ,ການເບິ່ງໂທລະທັດທີ່ເປັນລາຍການຂອງຍີ່ປຸ່ນ,ການຟັງເພງຈະເປັນການຊ່ວຍໃຫ້ການຟັງ,ການອ່ານຂອງເຮົາດີຂຶ້ນ.
➁ການເສັງທຽບລະດັບພາສາຍີ່ປຸ່ນ
ການເສັງນີ້ຈະມີໃນຕົ້ນເດືອນ12ແລະປະກາດຜົນກາງເດືອນ2ຂອງປີຕໍ່ໄປ.ສຳລັບຜູ້ທີ່ຈະໄປໂຄເຊັນແລ້ວສ່ວນຫຼາຍຈະເສັງລະດັບ2(ນິຄິວ).ຖ້າຜູ້ໃດຢາກທົດສອບການເສັງຂັ້ນສູງກ່ວານີ້ກໍ່ຄວນເສັງລະດັບ1(ອິກຄິວ).ສ່ວນຜົນຂອງການເສັງແມ່ນບໍ່ສຳຄັນ,ແຕ່ກໍ່ບໍ່ຄວນປະໝາດຖ້າເຮົາຕັ້ງໃຈຮຽນກໍ່ຈະເປັນຜົນດີຕໍ່ເຮົາຕອນໄປຮຽນຢູ່ໂຄເຊັນ.
4.ການກະກຽມກ່ອນການເດີນທາງອອກໄປໂຮງຮຽນ(ໂຄເຊັນ)
ປະມານກາງເດືອນ1,ອາຈານຫຼືຜູ້ຮັບຜິດຊອບນັກສຶກສາຕ່າງຊາດຢູ່ໂຄເຊັນກໍ່ຈະມາພົບພວກເຮົາຢູ່ໂຮງຮຽນຮຽນພາສາ. ຖ້າມີຂໍ້ຂ້ອງໃຈກ່ຽວກັບການຮຽນຢູ່ໂຄເຊັນ, ຄຳຖາມກ່ຽວກັບຫໍພັກ, ມື້ໃດຄວນສົ່ງເຄືອງໄປໂຄເຊັນ, ຄວນອອກເດີນທາງໄປໂຄເຊັນມື້ໃດກໍ່ສາມາດສອບຖາມໄດ້.
ຜູ້ທີ່ໂຄເຊັນຢູ່ໃກ້ກໍ່ສາມາດເດີນທາງທາງລົດໄຟສາຍທຳມະດາໄດ້ບໍ່ພໍເທົ່າໃດຊົ່ວໂມງ. ແຕ່ຜູ້ທີ່ໂຄເຊັນຢູ່ໄກສ່ວນຫຼາຍແມ່ນເດີນທາງໄປດ້ວຍລົດໄຟຊິງກັງເຊັນ(SHINKANSEN).ສ່ວນຜູ້ທີ່ຕ້ອງການປະຢັດເງິນກໍ່ຊື້ປີ້ເຊສຸນຈູຮະຈິກິບປຶ(SEISHUN-JUHACHI-KIPPU). ໂດຍທົ່ວໄປແລ້ວປີ້ນີ້ຈະໃຊ້ໄດ້5ຄັ້ງ,ແຕ່ລະຄັ້ງຈະສາມາດຂີ່ລົດໄຟໄດ້ໜຶ່ງມື້ສະເພາະລົດໄຟສາຍທຳມະດາເທົ່ານັ້ນ. ເມື່ອທຽບກັບລົດໄຟຊິງກັງເຊັນແລ້ວແມ່ນໃຊ້ເວລາດົນ, ແຕ່ລາຄາຖືກກ່ວາຫຼາຍເທົ່າ.
➀ການເຮັດບັດສະກາຍເມດ(Sky-mate)
ບັດSky-mateແມ່ນບັດສ່ວນລົດ(ປະມານ20%)ສຳລັບຜູ້ທີ່ຕ້ອງການໃຊ້ບໍລິການທາງການບິນຢູ່ພາຍໃນຍີ່ປຸ່ນ. ບັດນີ້ໃຊ້ໄດ້ສຳລັບຜູ້ທີ່ມີອາຍຸບໍ່ເກີນ22ປີ, ອາດຈະໃຊ້ໃນຕອນທີ່ອອກເດີນທາງໄປໂຮງຮຽນຫຼືໃນເວລາກັບເຂົ້າມາຫຼິ້ນຢູ່ໂຕກຽວ. ວິທີງ່າຍສຸດສຳລັບການເຮັດບັດນີ້ແມ່ນເຮັດຢູ່ເດີ່ນບິນຫຼືກ່ອນຈະຂຶ້ນຍົນ1ຊົ່ວໂມງ. ສອບຖາມໄດ້ຕາມCounterປະຊາສຳພັນຂອງສາຍການບິນANAຫຼືJAL.
※ຂໍ້ຄວນລະວັງ: ການໃຊ້ບັດນີ້ແມ່ນຈອງບ່ອນນັ່ງບໍ່ໄດ້. ໝາຍຄວາມວ່າຖ້າມີບ່ອນວ່າງຈຶ່ງໃຊ້ໄດ້, ຊຶ່ງສາມາດກວດໄດ້ຕາມInternet. ຍັງມີວິທີຊື້ປີ້ຍົນຖືກອີກວິທີໜຶ່ງກໍ່ືຄືການຊື້ໄວ້ກ່ອນ1ເດືອນຕາມ Internet.
➁ການໄປຫຼີ້ນSnowboard
ການໄປຄັ້ງນີ້ກໍ່ແມ່ນພໍ່ຮັກຄົນຍີ່ປຸ່ນພາໄປ.ຫຼັງຈາກເສັງທ້າຍພາກຮຽນ(ຕົ້ນເດືອນ3)ແລ້ວປະມານກາງເດືອນ3ກ່ອນຈະແຍກຍ້າຍກັນອອກໄປໂຮງຮຽນຂອງຕົນເອງນັ້ນ,ການໄປຫຼີ້ນຄັ້ງນີ້ຈະເປັນການຮວມຕົວກັນໄປຫຼີ້ນຄັ້ງສຸດທ້າຍຂອງນັກສຶກສາລາວ.
ສຸດທ້າຍນີ້
ຢູ່ບ່ອນໃດກໍ່ຕາມການຈະກະທຳສິ່ງໃດສິ່ງໜຶ່ງແມ່ນຈະມີກົດລະບຽບມີຂັ້ນຕອນຕ່າງໆ.ການຮຽນຮູ້,ການສອບຖາມແມ່ນສິ່ງທີ່ຂາດບໍ່ໄດ້ສຳລັບນັກສຶກສາທີ່ມາໃໝ່.ການຮັກສາເວລາ,ການໄປໃຫ້ທັນເວລາ(ຢ່າງໜ້ອຍກ່ອນ10ນາທີ)ກໍ່ແມ່ນມາລະຍາດໜຶ່ງທີ່ເຮົາບໍ່ຄວນລະເລີຍ.ບໍ່ພຽງແຕ່ຕໍ່ກັບຄົນຍີ່ປຸ່ນເທົ່ານັ້ນ,ຕໍ່ກັບລຸ້ນອ້າຍຄົນລາວຜູ້ທີ່ມາຢູ່ຍີ່ປຸ່ນຫຼາຍປີເຂົາເຈົ້າກໍ່ເຂັ້ມງວດໃນເລື່ອງນີ້ເຊັ່ນກັນ.ຖ້າມີບັນຫາໃດກໍ່ປຶກສາກັບໝູ່ຄູ່,ກັບTutorຫຼືຈະປຶກສາກັບລຸ້ນອ້າຍກໍ່ຍິ່ງຈະເປັນການດີ.ຖ້າສິ່ງທີ່ປຶກສາແລ້ວລຸ້ນອ້າຍບໍ່ຮູ້ເຂົາເຈົ້າກໍ່ຈະຊອກຮູ້ຊອກຄົ້ນຫາມາໃຫ້ຈົນໄດ້.
ປີທຳອິດຂອງການຮຽນພາສາຢູ່ໂຕກຽວຈະເປັນປີທີ່ມ່ວນທີ່ສຸດ.ຖ້າມີເວລາໃນວັນພັກ,ກໍ່ຄວນຫາເວລາອອກໄປຫຼິ້ນ,ອອກໄປເບິ່ງສະຖານທີ່ຕ່າງໆເພື່ອເປັນການຜ່ອນຄາຍ.ບໍ່ຄວນໝັກໝົມຕົນເອງຢູ່ໃນແຕ່ຫໍພັກ.ຄວນປັບຕົວໃຫ້ເຂົ້າກັບສັງຄົມໃຫ້ໄດ້ໂດຍເລີ່ມຈາກກຸ່ມນັກສຶກສາລາວກຸ່ມດຽວກັນ.ຖ້າເຮົາປັບຕົວເຂົ້າກັບສັງຄົມໄດ້ດີຈະເຮັດໃຫ້ເຮົາປັບຕົວເຂົ້າກັບສັງຄົມຂອງຄົນຍີ່ປຸ່ນໄດ້ງ່າຍຂຶ້ນເມື່ອເວລາອອກໄປໂຄເຊັນ.ເພາະວ່າຢູ່ແຕ່ລະໂຄເຊັນຈະມີນັກສຶກສາຕ່າງປະເທດບໍ່ຫຼາຍ(ຫຼາຍສຸດປະມານ10ກ່ວາຄົນ,ບາງບ່ອນມີຄົນລາວພຽງຄົນດຽວ)ແລະຢູ່ໃນຫ້ອງຮຽນແມ່ນມີພຽງເຮົາຄົນດຽວທີ່ເປັນນັກສຶກສາຕ່າງປະເທດ.ເພາະສະນັ້ນການປັບຕົວໃຫ້ເຂົ້າກັບສັງຄົມ(ຍີ່ປຸ່ນ)ຈຶ່ງເປັນສິ່ງສຳຄັນສຳລັບການຮ່ຳຮຽນແລະການໃຊ້ຊີວິດຢູ່ໂຄເຊັນ.
ຈັນຖຸນາ ສຸທຳມະວົງ (ນັອດ)
__________________
guide_tour
Newbie
Status: Offline
Posts: 1
Date:
9:49 PM, 02/16/09
Permalink
Thanks for share these information
any one who read this should comment and help to prove this topic
it is important topic for every one
How about Life in Komaba,such as drink and ...hehhe
__________________
Name and add
Page 1 of 1
sorted by
Oldest First
Newest First
Quick Reply
Please log in to post quick replies.
LSAJ's ActiveBoard
->
Tips for higher technical college students
->
ປີທຳອິດຂອງການຮຽນພາສາຢູ່ໂຕກຽວ
Subscribe
Jump To:
--- 初めて来日の方 For New Coming ---
初めて来日の方 For New Coming
--- 卒業後 After Graduation ---
卒業後 After Graduation
--- お部屋探しとご引っ越し Finding/ Moving House ---
お部屋探し・ご引っ越し Finding/Moving House
--- アルバイト Part time jobs ---
アルバイト Part time jobs
--- 専門知識 Technical Tips ---
Social Science 文系
Natural Science 理系
--- ニューズ NEWS ---
News inside Laos
Around The World
LSAJ News
News inside Japan
--- 健康医療 Health Care ---
健康医療 Health Care
--- レジャー Leisure ---
飲食 Cuisine
Sports/Games
Shopping
Travels
Parties
--- Share^-^ ---
Data
Photo
Paper/ Essay
Music
Video
--- Students' Corner ---
Tips for college students
Tips for higher technical colle...
Tips for undergraduate students
Tips for thesis
Tips for graduated students
--- General Topics ---
General Topics
--- Visas and Passports ---
For Laos
Oversea
Create your own FREE Forum
Report Abuse